ການຂັບຂີ່-ໝວດທີ 1 - ກົດຈະລາຈອນ Flashcards
ໃນເວລາຂັບຂີ່ຍານພະຫະນະຜູ້ຂັບຂີ່ຕ້ອງມີເອກະສານຫຍັງແດ?
ໃບຂັບຂີ່ ແລະ ບັດປະຈຳຕົວ
ໃນເວລາເຈົ້າໜ້າທີ່ໃຫ້ສັນຍານຢຸດລົດ ເພື່ອກວດກາຄວນປະຕິບັດແນວໃດ?
ຜ່ອນຄວາມໄວລົງ ແລະ ຢຸດລົດຢູ່ບ່ອນທີ່ເຈົ້າໜ້າທີ່ກໍານົດ ຫລື ຊີ້ບອກ
ເມື່ອໄດ້ຍິນສຽງສັນຍານຫວໍ ແລະເຫັນແສງໄຟສັນຍານຂອງລົດນຳພາຂະບວນຜູ້ນຳຫລືລົດພິເສດ ແລ່ນໃກ້ເຂົ້າມໃໃໃໃ
ຜູ້ຂັບຂີ່ຄວນເຮັດແນວໃດ?
ຜ່ອນຄວາມໄວລົງ, ແນບເຂົ້າແຄມທາງກ້ຳຂວາ ແລະ ຢຸດລົດ
ຜູ້ຂັບຂີ່ມີສຸຂະພາບອ່ອນເພຍບໍ່ແຂງແຮງອະນຸຍາດໃຫ້ຂັບຂີ່ລົດໄດ້ບໍ່?
ບໍ່ອະນຸຍາດ
ຜູ້ຂັບຂີ່ ທີ່ມີໃບຂັບຂີ່ປະເພດລົດເບົາ (ຫ້ອງ B) ສາມາດຂັບລົດຂົນສົ່ງ (ຫ້ອງ C) ທີ່ມີນ້ຳໜັກລວມເກີນ
3.500 ກິໂລ ໄດ້ບໍ່?
ບໍ່ໄດ້
ອະນຸຍາດໃຫ້ຜູ້ຂັບຂີ່ເອົາລົດທີ່ຕົນຂັບໃຫ້ຜູ້ອື່ນ ທີ່ບໍ່ມີໃບຂັບຂີ່ ຂັບແທນໄດ້ບໍ່?
ບໍ່ອະນຸຍາດ
ເວລາສັນຈອນຕາມເສັ້ນທາງໃນຕົວເມືອງລົດທຸກປະເພດ ອະນຸຍາດໃຫ້ແລ່ນດ້ວຍຄວາມໄວສູງສຸດ ເທົ່າໃດ?
40 ກມ/ຊມ
ປະເພດລົດເກງ, ກະບະ, ຈິບ ແລະ ຕູ້ ເມື່ອແລ່ນຢູ່ທາງຫລວງນອກເຂດຊຸມຊົນ ອະນຸຍາດໃຫ້ແລ່ນ ດ້ວຍຄວາມໄວສູງສຸດ ເທົ່າໃດ?
90 ກມ/ຊມ
ເມື່ອຝົນຕົກ ຖະໜົນປຽກ-ມື່ນ ຜູ້ຂັບຂີ່ຕ້ອງໃຊ້ຄວາມໄວຄືແນວໃດ?
ໃຊ້ຄວາມໄວຕໍ່າກວ່າປົກກະຕິ
ຂໍ້ໃດລຸ່ມນີ້ ເປັນຂໍ້ຫ້າມສໍາລັບຜູ່ຂັບຂີ່?
ຂັບຊ້າ ແລ່ນຢູ່ກາງທາງ ແລະ ຢຽບເບກເລື້ອຍໆ
ກ່ອນຈະຊີງຂຶ້ນໜ້າລົດຄັນອື່ນ ຜູ່ຂັບຂີ່ຕ້ອງຄຳນຶງເຖິງຫຍັງແດ່?
ຕ້ອງແນ່ໃຈວ່າເສັ້ນທາງນັ້ນ ກວ້າງ ແລະ ປອດໄພພຽງພໍ ທັງບໍ່ເປັນອຸປະສັກແກ່ລົດຄັນອື່ນ
ເວລາຈະຂັບລົດອອກຈາກບ່ອນຈອດຕາມແຄມທາງ ຜູ່ຂັບຂີ່ຄວນເຮັດແນວໃດ?
ເປີດໄຟສັນຍານລ້ຽວຊ້າຍໄວ້, ສັງເກດເບິ່ງທາງດ້ານຫລັງ ເມື່ອເຫັນວ່າປອດໄພແລ້ວຈຶ່ງຂັບລົດອອກ
ຜູ່ຂັບຂີ່ລົດເກງຕ້ອງໄດ້ລ້ຽວຊ້າຍຕາມສັນຍານໄຟ ລູກສອນສີຂຽວຫຼືບໍ່
ຕ້ອງໄດ້ລ້ຽວ
ເພື່ອອະນຸຍາດໃຫ້ຜູ້ອື່ນຊິງຂຶ້ນໜ້າໄດ້ ຄວນປະຕິບັດແນວໃດ?
ຜ່ອນຄວາມໄວລົງ ເປີດໄຟສັນຍານລ້ຽວຂວາ ແລະ ແບບເຂົ້າແຄມທາງກ້ຳຂວາ
ຜູ່ຂັບຂີ່ທີ່ຖືກຊີງຂື້ນຫນ້າບໍ່ຄວນເຮັດຄືແນວໃດ?
ສັນຍານໃຫ້ຊີງຂຶ້ນໜ້າໄດ້ທັງໆ ທີ່ມີລົດສວນທາງມາ ແລະ ບໍ່ປອດໄພ
ອະນຸຍາດໃຫ້ຊີງຂຶ້ນໜ້າຢູ່ບ່ອນທາງຂຶ້ນຄ້ອຍໄດ້ບໍ່?
ບໍ່ອະນຸຍາດ
ການຊີງຂຶ້ນໜ້າຢູ່ບ່ອນໃກ້ເຂົ້າຂົວຈະເປັນການລະເມີດກົດລະບຽບຈະລາຈອນບໍ່
ລະເມີດ
ອະນຸຍາດໃຫ້ຜູ້ຂັບຂີ່ຊີງຂຶ້ນໜ້າຢູ່ບ່ອນໃກ້ຈະຮອດທາງລົດໄຟ ໄດ້ຫລືບໍ່?
ບໍ່ອະນຸຍາດ
ລົດທີ່ແລ່ນຊ້ຳ ຄວນປະຕິບັດຄືແນວໃດ?
ແນວເຂົ້າຫາແຄມທາງກ້ຳຂວາໃຫ້ຫລາຍ
ໃນເວລາຂັບລົດສວນທາງກັນ ຜູ້ຂັບຂີ່ຕ້ອງເຮັດແນວໃດ? ກ. ແລ່ນຕາມປົກກະຕິ ເຂົາຈະຫລີກເອົາເອງ
ຜ່ອນຄວາມໄວລົງ ແລະ ແນະເຂົ້າແຄມທາງກ້ຳຂວາ
ໃນເວລາຂັບລົດສວນທາງກັນນັ້ນ ຫາກຢູ່ທາງໜ້າຂອງຕົນມີສິ່ງກີດຂວາງ ຈະເຮັດແນວໃດ?
ຜ່ອນຄວາມໄວລົງ ແລະ ຢຸດໃຫ້ລົດສວນທາງມາຜ່ານໄປກ່ອນ
ເມື່ອລົດສອງຄັນສວນທາງກັນຢູ່ບ່ອນທາງຄ້ອຍຊັນ ແລະ ແຄບ ຜູ້ຂັບຂີ່ທີ່ລົງຄ້ອຍມາຕ້ອງເຮັດແນວໃດ?
ຜ່ອນຄວາມໄວລົງ ຫລືຢຸດ ເພື່ອຫລີກທາງໃຫ້ລົດທີ່ຂຶ້ນຄ້ອຍມາໄປກ່ອນ
ຂໍ້ໃດລຸ່ມນີ້ ທີ່ສະແດງໃຫ້ເຫັນພຶດຕິກຳທີ່ບໍ່ດີຂອງນັກຂັບຂີ່ ໃນການຢຸດ ຫລື ຈອດລົດຕາມທາງ
ຢຸດ ຫລື ຈອດລົດໃຫ້ກັບທາງຮ່ອມ ຫລື ທາງເຂົ້າສໍານັກງານໄລຍະຕໍ່າກວ່າ 5 ແມັດ
ລົດຈັກ ຫລືລົດຖີບຖ້າຈອດຕາມແຄມທາງ ອະນຸຍາດໃຫ້ຈອດຮຽງກັນໄດ້ບໍ່?
ອະນຸຍາດໃຫ້ຈອດຮຽງກັນໄດ້ບໍ່ເກີນສອງຄັນ ແລະ ຈອດໃຫ້ຂະໜານຂອບທາງ
ການຈອດລົດຕາມແຄມທາງ ຕ້ອງຈອດແບບໃດ?
ຈອດໃຫ້ຂ້າງລົດຂະໜານກັບຂອບທາງ ແລະ ລໍ້ລົດຕ້ອງຫ່າງຈາກຂອບທາງບໍ່ເກີນ 30 Cm